ນ້ຳຕົກຕາດນີອາກາລາ (ອັງກິດ: Niagara Falls ; ຝະລັ່ງ: les Chutes du Niagara) ແມ່ນນ້ຳຕົກຕາດສ່ຳໃຫຍ່ຫຼາຍຫົນຫຼາຍແຫ່ງປະກອບກັນ. ຕັ້ງຢູ່ເທິງແມ່ນ້ຳນີອາກາລາທາງຕາເວັນອອກຂອງທະວີບອາເມລິກາເໜືອ ເທິງຊາຍແດນຫວ່າງປະເທດການາດາກັບສະຫະລັດອາເມລິກາ. ນ້ຳຕົກຕາດນີອາກາລາປະກອບດ້ວຍນ້ຳຕົກຕາດສາມແຫ່ງຊຶ່ງແຍກແບ່ງອອກຈາກກັນ ແມ່ນ ນ້ຳຕົກຕາດເກີບມ້າ (Horseshoe Falls ລາງເທື່ອກໍເອີ້ນ ນ້ຳຕົກຕາດການາດາ) ສູງ 158 ຟຸດ, ນ້ຳຕົກຕາດອາເມລິກາສູງ 167 ຟຸດ, ແລະນ້ຳຕົກຕາດສ່ຳນ້ອຍກວ່າທີ່ຢູ່ຕິດກັນ ແມ່ນນ້ຳຕົກຕາດ Bridal Veil. ແມ່ນນ້ຳຕົກນີອາກາລາຈະບໍ່ສູງຢ່າງໂດດເດັ່ນປານໃດ ແຕ່ກໍກວ້າງຂວາງກວາງໄກຫຼາຍຫຼວງ.