ຂົວໂກນເດນເກດ (ອັງກິດ: Golden Gate Bridge) ແມ່ນຂົວຊຶ່ງທອດຍາວຂ້າມອ່າວຕອນເໜືອຂອງເມືອງຊານຟະລານຊິສະໂກ ລັດກາລິຟອກນີ ສະຫະລັດອາເມລິກາ. ກໍ່ສ້າງໃນຄາວຍາມປະທານປະເທດຟະແລງກະລິນ ດີ. ໂລສະເວນ ເມື່ອປີ ຄ.ສ. 1933. ແລ້ວສົມບູນໃນປີ ຄ.ສ. 1937. ຕອນກາງຂົວຍາວ 1,280 ແມັດ ກວ້າງ 27 ແມັດ ສູງກວ່າຊັ້ນນ້ຳທະເລ 67 ແມັດ. ມີທາງລົດ 6 ທາງ ລົດຂົນຂອງ 3 ທາງ ລົດໄຟ 2 ທາງ. ໃຊ້ງົບປະມານກໍ່ສ້າງປະມານ 35 ລ້ານໂດລາສະຫະລັດ.