ພະທາດຫຼວງ

ທາດຫລວງ (That Luang) ຫລື ພຣະທາດຫລວງ ປະຫວັດ ພຣະທາດຫຼວງ ພຣະທາດຫຼວງວຽງຈັນຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງຖະໜົນທາດຫຼວງ ບ້ານ ທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ເປັນປູຊະນິຍະສະຖານບູຮານອັນເປັນສັນ ຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນລາວກໍຄືຊາວພຸດທັງສອງຟາກຝັ່ງ ແມ່ນ້ຳຂອງ.

ຕາມຕຳນານອຸລັງຄະທາດ ພຣະທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນປີພສ 236 (ກ່ອນ ຄສ 307 ປີ) ສະໄໝສ້າງເມືອງວຽງຈັນ,ໂດຍພຣະເຈົ້າ ຈັນທະບຸຣີ ປະສິດທິຈັກ ພ້ອມດ້ວຍພຣະ ອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະ ທາດ(ກະດູກ)ຂອງພຣະພຸດທະເຈົ້າມາຈາກປະເທດອິນເດຍ. ການສ້າງພຣະທາດຫຼວງເທື່ອທຳ ອິດນັ້ນພຽງແຕ່ກໍ່ເປັນອຸມຸງຫິນກວມພຣະບໍຣົມມະທາດເທົ່ານັ້ນ ແລະ ມີຮູບສີ່ລ່ຽມ, ກວ້າງດ້ານ ລະຫ້າວາ, ໜາສອງວາ ແລະ ສູງສີ່ວາສາມສອກ.

ປີຄສ 1566 ພາຍຫຼັງການຍ້າຍນະຄອນຫຼວງຈາກຫຼວງພຣະບາງລົງມາຕັ້ງຢູ່ວຽງຈັນ(ຄສ 1560) ພຣະເຈົ້າໄຊຍະເສດຖາທິລາດ ໄດ້ກໍ່ສ້າງພຣະທາດຫຼວງເປັນເທື່ອທີສອງ ແລະ ໄດ້ສ້າງ ເປັນທາດໃຫຍ່ກວມອຸມຸງຫິນອັນເກົ່າ ເຊິ່ງມີພຣະທາດນ້ອຍສາມສິບອົງອ້ອມພຣະທາດໃຫຍ່ ເປັນບໍລິວານ ພ້ອມດ້ວຍກົມມະລຽນ ແລະ ຫໍໄຫວ້ທັງສີ່ທິດ. ໃນທາດນ້ອຍແຕ່ລະອົງນັ້ນເພິ່ນ ໄດ້ເອົາຄຳໜັກສີ່ບາດຫຼໍ່ເປັນທາດນ້ອຍໆບັນຈຸໄວ້ເຊິ່ງມີໃບລານທີ່ເຮັດດ້ວຍຄຳຍາວສອກປາຍ(ສອກກຳ) ແລະ ຈາລຶກພາສາບາລີດ້ວຍອັກສອນທຳຮອງໄວ້ທຸກອົງ. ເມື່ອກໍ່ສ້າງສຳເລັດເພິ່ນໄດ້ ໃສ່ຊື່ພຣະທາດວ່າ”ພຣະເຈດີໂລກະຈຸລາມະນີ” ແຕ່ຄົນສ່ວນຫຼາຍມັກເອິ້ນວ່າທາດຫຼວງ ເຊິ່ງມີ ຄວາມໝາຍວ່າທາດທີ່ໃຫຍ່. ພາຍຫຼັງສ້າງສຳເລັດລົງໃນປີຄສ 1570 ຍັງບໍ່ທັນໄດ້ສະຫຼອງ, ພຣະເຈົ້າໄຊຍະເສດຖາທິລາດໄດ້ເດິນທາງລົງໄປເມືອງອັດຕະປືແລ້ວຫາຍສາບສູນໄປໃນ ປີ ຄສ1571.

ປີຄສ 1827ສະໄໝຂອງພຣະເຈົ້າອະນຸວົງ(ວິລະກະສັດ), ນະຄອນຫຼວງວຽງຈັນຖືກສັກດິ ນາຕ່າງດ້າວທຳລາຍລົງຢ່າງຮາບກ້ຽງ, ກຳແພງນະຄອນຖືກມ້າງເພ, ຫໍໂຮງ ແລະ ວັດວາອາຮາມ ນັບເປັນຮ້ອຍໆວັດຖືກຈູດເຜົາເປັນເທົ່າຖ່ານ, ອົງພຣະທາດຫຼວງທີ່ສະຫງ່າງາມມາແຕ່ບູຮານນະ ການຈຶ່ງກາຍເປັນທາດຮ້າງຢູ່ກາງປ່າ.

ປີຄສ 1876 ໂຈນຫໍ້ໄດ້ມາມ້າງເພພຣະທາດນ້ອຍອ້ອມພຣະທາດໃຫຍ່ນັ້ນເພື່ອຊອກຫາ ເງິນຄຳ ແລະ ວັດຖຸມີຄ່າທີ່ຝັງຢູ່ໃນພຣະທາດ ຈຶ່ງເຮັດໃຫ້ພຣະທາດຫຼວງທີ່ເປ່ເພຢູ່ແລ້ວນັ້ນຍິ່ງເປ່ ເພລົງຕື່ມອີກ.

ປີຄສ 1900 ເມື່ອຝຣັ່ງໄດ້ປະເທດລາວແລ້ວພວກເຂົາໄດ້ທຳການສ້ອມແປງສ່ວນຍອດ ຂອງພຣະທາດ ແຕ່ມີຮູບຊົງແຕກຕ່າງຈາກຮູບເກົ່າ ແລະ ໃນເທື່ອນີ້ ມີຜູ້ເຖົ້າເລົ່າວ່າຜູ້ສ້ອມແປງ ໄດ້ເອົາຄຳຈາກຍອດພຣະທາດໄປ.

ອີກຕໍ່ມາ ປີຄສ 1929 ລາຊະການຝຣັ່ງໄດ້ມີການສ້ອມແປງ ຄັ້ງໃຫຍ່ຈົນຮອດປີຄສ 1935 ຈຶ່ງສຳເລັດ. ການສ້ອມແປງເທື່ອນີ້ແມ່ນໄດ້ສ້ອມແປງຍອດພຣະ ທາດ, ສ້ອມແປງກົມມະລຽນ, ຫໍໄຫວ້ທາງຕາເວັນຕົກ ແລະ ທາດນ້ອຍທີ່ເພພັງໃຫ້ມີຮູບ ຊົງຄື ເກົ່າ.

ປີຄສ 1957 ເມື່ອປະເທດລາວໄດ້ຮັບອິດສະລະພາບເປັນເອກະລາດສົມບູນ ລັດຖະ ບານລາວພາຍໄຕ້ພຣະບໍລົມມະຊູປະຖຳຂອງພຣະເຈົ້າສີສະຫວ່າງວົງ ໄດ້ນຳພາປະຊາຊົນເຮັດ ບຸນສະເຫຼີມສະຫຼອງອາຍຸພຣະພຸດທະສາດສະໜາຄົບຮອບ 2500ປີ (ພສ 2500) ຈຶ່ງໄດ້ທຳການ ຟອກຄຳແຕ່ສ່ວນກາງຂຶ້ນໄປ ແລະ ໄດ້ປັ້ນພຣະບໍລົມມະຮູບ ຂອງພຣະເຈົ້າໄຊຍະເສດຖາທິລາດ ປະດິດສະຖານໄວ້ທາງດ້ານຕາເວັນຕົກ ຊື່ກັບປະຕູເຂົ້າກົມມະລຽນ ເພື່ອເປັນອະນຸສາວະລີ ທີ່ ພຣະອົງໄດ້ຊົງສ້າງພຣະທາດຫຼວງຂຶ້ນໃຫ້ເປັນທີ່ສັກກະລະບູຊາຕໍ່ມາ.

ພຣະທາດຫຼວງສູງ 45 ແມັດ, ມີໃບສີມາອ້ອມ 228ໃບ, ມີບໍລິວານ(ທາດນ້ອຍ) 30ອົງ ອ້ອມຮອບ ເອິ້ນວ່າປາລະມີສາມສິບທັດ, ຕີນພຣະທາດແຕ່ດ້ານຕາເວັນອອກຫາດ້ານຕາເວັນ ຕົກຍາວ 69 ແມັດ, ແຕ່ດ້ານເໜືອເຖິງດ້ານໃຕ້ຍາວ 68 ແມັດ ແລະ ກົມມະລຽນດ້ານນອກອ້ອມ ພຣະທາດຫຼວງແຕ່ລະດ້ານຍາວ 91.75 ແມັດ.

Listed in the following categories:
ລົງ ຄຳ ເຫັນ
ຄຳ ແນະ ນຳ ແລະ ຄຳ ແນະ ນຳ
Simple Discoveries
20 July 2016
There's a steep entry fee when you can see most of the temple from the outside. Suggest saving the money, walk around, and instead check out the giant golden reclining Buddha in the neighboring Wat.
Frankie J. ???? Grey
22 June 2017
Very nice area to visit, between the temples and the golden stupa. It' indeed the most important national monument in Laos and the nation symbol. Be aware that the stupa has been under renovation
Dwight Jason Ronan
6 December 2014
MUST VISIT: Arguably one of the best Buddhist temples in Southeast Asia. Make sure to visit the adjacent temples, including Wat That Luang Tai and its giant reclining Buddha.
J-OSL
15 January 2017
I am a Buddhist, and visited a lot of temples and this is one of the most beautiful one, with the huge reclining Buddha.
????????Nilë????Vïvä????????
ค่าเข้า 5000กีบ เป็นเงินไทยเท่าไหร่ หารด้วย250นะคะ วันนี้โชคดี มีคนลาวแต่งชุดพื้นเมืองเต็มยศมาถ่ายภาพแต่งงาน เลยเข้าไปขอเค้าถ่ายรูปซะเลยคร่า อิอิ
ChewingTea BubbleTea
5 July 2013
ร้านเสื้อผ้าที่ระลึกเดินตรงไปสุดไม่ต้องเลี้ยวร้านสุดท้ายขวามือ มีให้เลือกเยอะผ้าเนื้อดีกว่าเจ้าอื่นราคาพอต่อรองได้ ตัวละ 75 บาท
ແຜນທີ່
0.3km from Thatluang-Hongkae, ວຽງຈັນ, ປະເທດລາວ ຂໍເສັ້ນທາງ
Thu 10:00 AM–6:00 PM
Fri 9:00 AM–6:00 PM
Sat-Sun 9:00 AM–7:00 PM
Mon 10:00 AM–5:00 PM
Tue 9:00 AM–7:00 PM

Pha That Luang ໃນ Foursquare

ພະທາດຫຼວງ ໃນ Facebook

Leafsta Hostel

ເລີ່ມຕົ້ນ $5

Sengdara Hotel

ເລີ່ມຕົ້ນ $13

Intouch Guest House

ເລີ່ມຕົ້ນ $17

Orange Backpacker Hostel

ເລີ່ມຕົ້ນ $5

Intouch Guest House

ເລີ່ມຕົ້ນ $15

Mekong Sunshine Hotel

ເລີ່ມຕົ້ນ $32

ບ່ອນທີ່ແນະ ນຳ ໃກ້ໆ

ເບິ່ງທັງ ໝົດ ເບິ່ງທັງ ໝົດ
ເພີ່ມເຂົ້າໃນລາຍການທີ່ຢາກໄດ້
ຂ້ອຍເຄີຍຢູ່ນີ້
ໄດ້ໄປຢ້ຽມຢາມ
ປະຕູໄຊ

ປະຕູໄຊ (Patuxay) ຫລື ອານຸສາວະລີ ແມ່ນສິ່ງກໍສ້າງ ເພື່ອເປັນອານຸສອນ ແກ່ກາ

ເພີ່ມເຂົ້າໃນລາຍການທີ່ຢາກໄດ້
ຂ້ອຍເຄີຍຢູ່ນີ້
ໄດ້ໄປຢ້ຽມຢາມ
ທາດດຳ

ທາດດຳ ເປັນໄລຍະເ

ເພີ່ມເຂົ້າໃນລາຍການທີ່ຢາກໄດ້
ຂ້ອຍເຄີຍຢູ່ນີ້
ໄດ້ໄປຢ້ຽມຢາມ
Presidential Palace (Laos)

The Presidential Palace is the official residence of the President of

ເພີ່ມເຂົ້າໃນລາຍການທີ່ຢາກໄດ້
ຂ້ອຍເຄີຍຢູ່ນີ້
ໄດ້ໄປຢ້ຽມຢາມ
Lao National Museum

The Lao National Museum is located in Vientiane, Laos. It was founded

ເພີ່ມເຂົ້າໃນລາຍການທີ່ຢາກໄດ້
ຂ້ອຍເຄີຍຢູ່ນີ້
ໄດ້ໄປຢ້ຽມຢາມ
Nam Phou Fountain Park

Nam Phou Fountain Park

ເພີ່ມເຂົ້າໃນລາຍການທີ່ຢາກໄດ້
ຂ້ອຍເຄີຍຢູ່ນີ້
ໄດ້ໄປຢ້ຽມຢາມ
Don Chan Palace

Don Chan Palace is a hotel in Vientiane, Laos, established in 2004.

ເພີ່ມເຂົ້າໃນລາຍການທີ່ຢາກໄດ້
ຂ້ອຍເຄີຍຢູ່ນີ້
ໄດ້ໄປຢ້ຽມຢາມ
Buddha Park

Buddha Park, also known as Xieng Khuan (as well as other variations of

ເພີ່ມເຂົ້າໃນລາຍການທີ່ຢາກໄດ້
ຂ້ອຍເຄີຍຢູ່ນີ້
ໄດ້ໄປຢ້ຽມຢາມ
Wat Po Chai

Wat Po Chai (ไทย: วัดโพธิ์ชัย) ແມ່ນຄວາມດຶງດູດນັກທ່ອງທ່ຽວ,

ສະຖານທີ່ທ່ອງທ່ຽວທີ່ຄ້າຍຄືກັນ

ເບິ່ງທັງ ໝົດ ເບິ່ງທັງ ໝົດ
ເພີ່ມເຂົ້າໃນລາຍການທີ່ຢາກໄດ້
ຂ້ອຍເຄີຍຢູ່ນີ້
ໄດ້ໄປຢ້ຽມຢາມ
Wat Rai Khing

Wat Rai Khing (Thai: วัดไร่ขิง; lit: temple on ginger farm) is a

ເພີ່ມເຂົ້າໃນລາຍການທີ່ຢາກໄດ້
ຂ້ອຍເຄີຍຢູ່ນີ້
ໄດ້ໄປຢ້ຽມຢາມ
Kaba Aye Pagoda

Kaba Aye Pagoda (Burmese: ကမ္ဘာအေးစေတီ; pronounced ]; also spel

ເພີ່ມເຂົ້າໃນລາຍການທີ່ຢາກໄດ້
ຂ້ອຍເຄີຍຢູ່ນີ້
ໄດ້ໄປຢ້ຽມຢາມ
Wat Pho

Wat Pho (ไทย. วัดโพธิ์), also known as Wat Phra Chetuphon วัดพระเชตุพ

ເພີ່ມເຂົ້າໃນລາຍການທີ່ຢາກໄດ້
ຂ້ອຍເຄີຍຢູ່ນີ້
ໄດ້ໄປຢ້ຽມຢາມ
Hase-dera (Kamakura)

Hase-dera (海光山慈照院長谷寺, Kaikō-zan Jishō-in Hase-dera), commonl

ເພີ່ມເຂົ້າໃນລາຍການທີ່ຢາກໄດ້
ຂ້ອຍເຄີຍຢູ່ນີ້
ໄດ້ໄປຢ້ຽມຢາມ
ວັດພຣະສີລັດຕະນະສາດສະດາລາມ

ວັດພະສີລັດຕະນະສາດສະດາລາມ ຫຼືທີ່ຮຽກກັນທົ່ວໄປວ່າ ວັດພຣະແກ້ວ ເປັນວັດທີ່ພະບາ

ເບິ່ງສະຖານທີ່ທີ່ຄ້າຍຄືກັນທັງ ໝົດ