ມະຫາວິຫານນົດ-ດາມ (ຝະລັ່ງ: Cathédrale Notre-Dame de Paris ກາເຕດຣາລນົທຕຣ໌-ດາມເດີປາຣີ) ຫຼື ມະຫາວິຫານນົດຕະເລີດາມ ແມ່ນມະຫາວິຫານປະຈຳອັກຄະລະມຸກມົນທົນປາລີ ຕັ້ງຢູ່ທາງຝັ່ງຕາເວັນອອກຂອງນະຄອນຫຼວງປາລີ ປະເທດຝະລັ່ງ. ຄຳວ່າ Notre Dame ແປວ່າ ພະແມ່ເຈົ້າຂອງເຮົາ (Our Lady) ເຊິ່ງເປັນຄຳທີ່ຊາວກາໂຕລິກໃຊ້ເອີ້ນພະນາງມາລີພົມມະຈາລີ. ປັດຈຸບັນມະຫາວິຫານກໍຍັງໃຊ້ເປັນໂບດໂລມັງກາໂຕລິກແລະເປັນບ່ອນຕັ້ງກາເຕດານຂອງອາກເຊີແວກແຫ່ງປາລີ. ມະຫາວິຫານນົດ-ດາມຖືກັນວ່າແມ່ນໂບດທີ່ຈົບງາມທີ່ສຸດໃນລັກສະນະໂກຕິກແບບຝະລັ່ງ. ໂບດນີ້ໄດ້ຮັບການບູລະນະປະຕິສັງຂອນໂດຍເອີແຊນ ວີໂອເລ-ເລີ-ດຸກ ຜູ້ເປັນສະຖາປະນິກຄົນສຳຄັນທີ່ສຸດຄົນນຶ່ງຂອງຝະລັ່ງ.